ສະບາຍດີ !! ພວກເຮົາ, ສາຂາ ການບໍລິການການເດີນທາງ ແລະ ການທ່ອງທ່ຽວ ພ້ອມແລ້ວທີ່ຈະໃຫ້ບໍລິການ ທ່ອງທ່ຽວ ກັບທ່ານ ໃນລາຄາຍອມເຍົາ..ເພາະພວກເຮົາໄດ້ສຶກສາຄວາມເປັນໄປໄດ້ຂອງການເດີນທາງ ແລະ ການທ່ອງທ່ຽວ ໃນສະຖາບັນ ການທ່ອງທ່ຽວ ແລະ ໂຮງແຮມ ແຫ່ງຊາດ ດັ່ງນັ້ນ, ທ່ານຈຶ່ງໝັ້ນໃຈໄດ້ວ່າ: ທ່ານສິບໍ່ຜິດຫວັງທີ່ເດີນທາງກັບພວກເຮົາ.
ວັນທີເດີນທາງ
14/01/2017
ສະຖານທີ່ທ່ອງທ່ຽວທຳມະຊາດນ້ຳຕົກຕາດຊອນ-ແດນ,
ພູສູງ ສວນອຸທະຍານຊຸມຊົນສະມາຄົມ-ອາຊຽນ. ສະຖານທີ່ດັ່ງກ່າວຕັ້ງຢູ່ເມືອງ ນາຊາຍທອງ, ແຂວງນະຄອນຫຼວງວຽງຈັນ
ປະເທດລາວ ເປັນສະຖານທີ່ທ່ອງທ່ຽວແບບທຳມະຊາດອອ້ມຮອບໄປດ້ວຍຕົ້ນໄມ້ ແລະ ສາຍນ້ຳ ເໝາະແກ່ການໄປພັກຜ່ອນ,
ເຮັດກິດຈະກຳຕ່າງໆ, ຂີ່ຊ້າງ ແລະ ກິນເຂົ້າປ່າອີກດ້ວຍ.
ໃນການເດີນທາງແມ່ນຕອນເຊົ້າ
9
ໂມງຂອງວັນທີ 14/01/2017 ກົງກັບວັນເສົາ ຈະໄດ້ເລີ່ມເດີນທາງຈາກ ສະຖາບັນ
ການທ່ອງທ່ຽວ ແລະ ການໂຮງແຮມ ແຫ່ງຊາດ ໄປຍັງສະຖານທີ່ ທ່ອງທ່ຽວທຳມະຊາດ ນ້ຳຕົກຕາດຊອນ ຣີສອດ
ເມື່ອຮອດສະຖານທີ່ດັ່ງກ່າວ ພວກເຮົາຈະໄດ້ນຳພາບັນດາທ່ານທີ່ມາທົວນີ້ໄດ້ສຳພັດຊ້າງໂຕເປັນໆ, ຫຼັງຈາກຂີ່ຊ້າງແລ້ວຕໍ່ມາເຮົາຈະພາທ່ານຮັບປະທານອານຫານທ່ຽງ
ແລ້ວປ່ອຍທ່ານພັກຕາມອັດທະຍາໃສໃນນັ້ນທ່ານສາມາດໃຫ້ອາຫານປານຳໄດ້ເລີຍ ຫຼື ຈະພັກຜ່ອນຊົມຕົ້ນໄມ້ແຕ່ລະປະເພດກໍ່ໄດ້
ເມື່ອພັກຜ່ອນຮອດເວລາອັນເໝາະເຮົາຈະມີການເຮັດກິດຈະກຳພາຍເຮືອແຂ່ງຂັນກັນຕ່າງອອກແຮງງານ ແລະ
ສຸດທ້າຍກໍຈະແມ່ນການຂີ່ລົດຖີບສຳພັດທຳມະຊາດ ຕົ້ນໄມ້ ທີ່ໃຫ້ຄວາມຮູ້ສຶກວ່າທ່ານຢູ່ໃນໂລກແຫ່ງທຳມະຊາດ
ແລະ ອິດສະຫຼະ ເມືື່ອສຳເລັດເຮົາກໍ່ຈະກຽມເດີນທາງກັບມາສະຖາບັນເວລາ 4 ໂມງແລງ.
ທ່ານຈະໄດ້ຮັບປະສົບການໃໝ່ໆ,
ໄດ້ຄວມມ່ວນຊື່ນ, ໄດ້ລອງເຮັດສິ່ງໃໝ່ໆ, ໄດ້ສຳຜັດຊ້າງໂຕເປັນໆ, ໄດ້ອອກແຮງງານເຮັດກິດຈະກຳ,
ໄດ້ສູຂະພາບທີ່ດີ, ໄດ້ສູບອາກາດບໍລິສຸດ, ໄດ້ຮຽນຮູ້ວ່າຕົ້ນໄມ້ນີ້ແມ່ນຕົ້ນຫຍັງ ແລະ ໄດ້ຄວາມສົງຈຳດີດີເມື່ອດຳເນີນທົວສຳເລັດ.
ໃນຂະນະທີ່ທ່ານກຳລັງດຳເນີນທົວກັບພວກເຮົາ
ອາຫານສວຍທີ່ ທ່ານຈະໄດ້ຮັບປະທານແມ່ນເປັນອາຫານແບບລາວໆທີ່ເຂົ້າກັບບັນຍາກາດແບບທຳມະຊາດເຊັ່ນ: ຕຳໝາກຫຸ່ງ, ປີ້ງໄກ່, ປີ້ງປາ, ລາບ, ແກງໜໍ່ໄມ້ ແລະ ຂົ້ວຜັກ ທີ່ກິນກັບເຂົ້າໜຽວໃຫ້ຄວາມຮູ້ສຶກເຖິງຄວາມເປັນລາວ
ລາຄາ 300.000 ກີບ/1ຄົນ
ຄົບ 5 ຄົນເຮົາກໍ່ເລີມເດີນທາງເລີຍ
ໃນລາຄານີ້ປະກອບມີ:
Ø
ລົດຮັບສົ່ງໄປບ່ອນທ່ອງທ່ຽວ
Ø ອາຫານສວຍ & ເຄື່ອງດື່ມ
Ø ກິດຈະກຳຂີ່ຊ້າງ
Ø ໃຫ້ອາຫານປາ
Ø ກິດຈະກຳຂີ່ລົດຖິບ
Ø ກິດຈະກຳພາຍເຮືອ
Ø ຂີ່ເຮືອເປັດ
Ø ຊົມຕົ້ນໄມ້ແຕ່ລະສະນິດ
Ø ສຳພັດບັນຍາກາດແບບ ທຳມະຊາດ & ນ້ຳຕົກຕາດຊອນ
Ø ອາຫານສວຍ & ເຄື່ອງດື່ມ
Ø ກິດຈະກຳຂີ່ຊ້າງ
Ø ໃຫ້ອາຫານປາ
Ø ກິດຈະກຳຂີ່ລົດຖິບ
Ø ກິດຈະກຳພາຍເຮືອ
Ø ຂີ່ເຮືອເປັດ
Ø ຊົມຕົ້ນໄມ້ແຕ່ລະສະນິດ
Ø ສຳພັດບັນຍາກາດແບບ ທຳມະຊາດ & ນ້ຳຕົກຕາດຊອນ
ຖ້າທ່ານສົນໃຈ ສາມາດຕິດຕໍ່
020 5842 8943 (lee)
lxayyavongl@gmail.com
020 59736093 (mimii)
ch.thipphonephosy@gmail.com
