วันอังคารที่ 29 พฤศจิกายน พ.ศ. 2559

       ສະບາຍດີ !! ພວກເຮົາ, ສາຂາ ການບໍລິການການເດີນທາງ ແລະ ການທ່ອງທ່ຽວ ພ້ອມແລ້ວທີ່ຈະໃຫ້ບໍລິການ ທ່ອງທ່ຽວ ກັບທ່ານ ໃນລາຄາຍອມເຍົາ..ເພາະພວກເຮົາໄດ້ສຶກສາຄວາມເປັນໄປໄດ້ຂອງການເດີນທາງ ແລະ ການທ່ອງທ່ຽວ ໃນສະຖາບັນ ການທ່ອງທ່ຽວ ແລະ ໂຮງແຮມ ແຫ່ງຊາດ ດັ່ງນັ້ນ, ທ່ານຈຶ່ງໝັ້ນໃຈໄດ້ວ່າ: ທ່ານສິບໍ່ຜິດຫວັງທີ່ເດີນທາງກັບພວກເຮົາ.



ວັນທີເດີນທາງ
14/01/2017


ສະຖານທີ່ທ່ອງທ່ຽວທຳມະຊາດນ້ຳຕົກຕາດຊອນ-ແດນ, ພູສູງ ສວນອຸທະຍານຊຸມຊົນສະມາຄົມ-ອາຊຽນ. ສະຖານທີ່ດັ່ງກ່າວຕັ້ງຢູ່ເມືອງ ນາຊາຍທອງ, ແຂວງນະຄອນຫຼວງວຽງຈັນ ປະເທດລາວ ເປັນສະຖານທີ່ທ່ອງທ່ຽວແບບທຳມະຊາດອອ້ມຮອບໄປດ້ວຍຕົ້ນໄມ້ ແລະ ສາຍນ້ຳ ເໝາະແກ່ການໄປພັກຜ່ອນ, ເຮັດກິດຈະກຳຕ່າງໆ, ຂີ່ຊ້າງ ແລະ ກິນເຂົ້າປ່າອີກດ້ວຍ. 

   
ໃນການເດີນທາງແມ່ນຕອນເຊົ້າ 9 ໂມງຂອງວັນທີ 14/01/2017 ກົງກັບວັນເສົາ ຈະໄດ້ເລີ່ມເດີນທາງຈາກ ສະຖາບັນ ການທ່ອງທ່ຽວ ແລະ ການໂຮງແຮມ ແຫ່ງຊາດ ໄປຍັງສະຖານທີ່ ທ່ອງທ່ຽວທຳມະຊາດ ນ້ຳຕົກຕາດຊອນ ຣີສອດ ເມື່ອຮອດສະຖານທີ່ດັ່ງກ່າວ ພວກເຮົາຈະໄດ້ນຳພາບັນດາທ່ານທີ່ມາທົວນີ້ໄດ້ສຳພັດຊ້າງໂຕເປັນໆ,  ຫຼັງຈາກຂີ່ຊ້າງແລ້ວຕໍ່ມາເຮົາຈະພາທ່ານຮັບປະທານອານຫານທ່ຽງ ແລ້ວປ່ອຍທ່ານພັກຕາມອັດທະຍາໃສໃນນັ້ນທ່ານສາມາດໃຫ້ອາຫານປານຳໄດ້ເລີຍ ຫຼື ຈະພັກຜ່ອນຊົມຕົ້ນໄມ້ແຕ່ລະປະເພດກໍ່ໄດ້ ເມື່ອພັກຜ່ອນຮອດເວລາອັນເໝາະເຮົາຈະມີການເຮັດກິດຈະກຳພາຍເຮືອແຂ່ງຂັນກັນຕ່າງອອກແຮງງານ ແລະ ສຸດທ້າຍກໍຈະແມ່ນການຂີ່ລົດຖີບສຳພັດທຳມະຊາດ ຕົ້ນໄມ້ ທີ່ໃຫ້ຄວາມຮູ້ສຶກວ່າທ່ານຢູ່ໃນໂລກແຫ່ງທຳມະຊາດ ແລະ ອິດສະຫຼະ ເມືື່ອສຳເລັດເຮົາກໍ່ຈະກຽມເດີນທາງກັບມາສະຖາບັນເວລາ 4 ໂມງແລງ.


ທ່ານຈະໄດ້ຮັບປະສົບການໃໝ່ໆ, ໄດ້ຄວມມ່ວນຊື່ນ, ໄດ້ລອງເຮັດສິ່ງໃໝ່ໆ, ໄດ້ສຳຜັດຊ້າງໂຕເປັນໆ, ໄດ້ອອກແຮງງານເຮັດກິດຈະກຳ, ໄດ້ສູຂະພາບທີ່ດີ, ໄດ້ສູບອາກາດບໍລິສຸດ, ໄດ້ຮຽນຮູ້ວ່າຕົ້ນໄມ້ນີ້ແມ່ນຕົ້ນຫຍັງ ແລະ ໄດ້ຄວາມສົງຈຳດີດີເມື່ອດຳເນີນທົວສຳເລັດ.








ໃນຂະນະທີ່ທ່ານກຳລັງດຳເນີນທົວກັບພວກເຮົາ ອາຫານສວຍທີ່ ທ່ານຈະໄດ້ຮັບປະທານແມ່ນເປັນອາຫານແບບລາວໆທີ່ເຂົ້າກັບບັນຍາກາດແບບທຳມະຊາດເຊັ່ນ: ຕຳໝາກຫຸ່ງ, ປີ້ງໄກ່, ປີ້ງປາ, ລາບ, ແກງໜໍ່ໄມ້ ແລະ ຂົ້ວຜັກ ທີ່ກິນກັບເຂົ້າໜຽວໃຫ້ຄວາມຮູ້ສຶກເຖິງຄວາມເປັນລາວ

ລາຄາ 300.000 ກີບ/1ຄົນ

ຄົບ 5 ຄົນເຮົາກໍ່ເລີມເດີນທາງເລີຍ
ໃນລາຄານີ້ປະກອບມີ:
Ø  ລົດຮັບສົ່ງໄປບ່ອນທ່ອງທ່ຽວ
Ø  ອາຫານສວຍ & ເຄື່ອງດື່ມ
Ø  ກິດຈະກຳຂີ່ຊ້າງ
Ø  ໃຫ້ອາຫານປາ
Ø  ກິດຈະກຳຂີ່ລົດຖິບ
Ø  ກິດຈະກຳພາຍເຮືອ
Ø  ຂີ່ເຮືອເປັດ
Ø  ຊົມຕົ້ນໄມ້ແຕ່ລະສະນິດ
Ø  ສຳພັດບັນຍາກາດແບບ ທຳມະຊາດ​ & ນ້ຳຕົກຕາດຊອນ





ຖ້າທ່ານສົນໃຈ ສາມາດຕິດຕໍ່
020 5842 8943 (lee)
lxayyavongl@gmail.com

020 59736093 (mimii)
ch.thipphonephosy@gmail.com




ไม่มีความคิดเห็น:

แสดงความคิดเห็น